We Provide Solar Solution Services That You Can Trust!

Pioneering Green Energy Solutions and Innovating for a Sustainable Future

We Provide Charging for EV Services That You Can Trust!

Special discount on EV charging stations. Go green and save money

We Provide Electric Vehicle (EV) Services That You Can Trust!

We're leading the charge towards a cleaner, greener future with our comprehensive electric vehicle (EV) and charging station services

26 02, 2025

ລາວ-ຈີນຈະຮ່ວມມືກັນພັດທະນາພະລັງງານສີຂຽວໃຫ້ຫຼາຍຂຶ້ນ

READ MORE
28 02, 2025

ໂຄງການພະລັງງານແສງຕາເວັນ ຢູ່ ສປປ ລາວ

READ MORE
28 02, 2025

ລາວກ່ຽມຈະສ້າງຟາມພະລັງງານລົມທີ່ໃຫຍ່ທີ່ສຸດໃນອາຊີຕາເວັນອອກສ່ຽງໃຕ້

READ MORE

ບໍລິສັດ ພະລັງງານສີຂຽວແຫ່ງຊາດ ຈຳກັດ : ພສຊ

ມຸ່ງໝັ້ນພັດທະນາ ແລະ ຊຸກຍູ້ການຜະລິດພະລັງງານສີຂຽວ ເພື່ອຫຼຸດຜ່ອນການເພິ່ງພາອາໄສນ້ຳມັນເຊື້ອໄຟທີ່ນຳເຂົ້າ

ກ່ຽວກັບ ພສຊ

ບໍລິສັດ ພະລັງງານສີຂຽວແຫ່ງຊາດ ຈຳກັດ ໄດ້ສ້າງຕັ້ງຂຶ້ນໃນປີ 2024 ໂດຍເປັນການຮ່ວມມືລະຫວ່າງພາກລັດ ແລະ ເອກະຊົນ ທີ່ມຸ່ງໝັ້ນປະກອບສ່ວນ ແລະ ນຳພາປະເທດລາວຫັນເປັນຜູ້ນຳດ້ານພະລັງງານສີຂຽວ ແລະ ການພັດທະນາແບບຍືນຍົງ. ໂດຍຖືເອົາຄວາມໄດ້ປຽບຂອງຊັບພະຍາກອນທຳມະຊາດທີ່ອຸດົມສົມບູນແລະທີ່ຕັ້ງຍຸດທະສາດຂອງປະເທດ ພວກເຮົາມຸ່ງຫມັ້ນທີ່ຈະຂັບເຄືອນພັດທະນາແບບຍືນຍົງແລະນໍາໃຊ້ເຕັກໂນໂລຢີທີ່ເປັນມິດກັບສິ່ງແວດລ້ອມເພື່ອປັບປຸງປະສິດທິພາບພະລັງງານແລະຫຼຸດຜ່ອນການປ່ອຍມົນລະພິດ.

ປະໂຫຍດຂອງພະລັງງານສີຂຽວ

  • ລົດການປ່ອຍອາຍພິດຄາບອນເປັນສູນ
  • ການປະຫຍັດຄ່າໃຊ້ຈ່າຍໃນໄລຍະຍາວສໍາລັບຜູ້ບໍລິໂພກແລະທຸລະກິດ.
  • ປົກປັກຮັກສາຊັບພະຍາກອນທໍາມະຊາດ.
  • ຜົນປະໂຫຍດດ້ານສຸຂະພາບຄືການປັບປຸງຄຸນນະພາບອາກາດ.
  • ຫຼຸດຜ່ອນການປ່ອຍອາຍພິດເຮືອນແກ້ວ.
  • ການສ້າງວຽກເຮັດງານທຳໃນຂະແໜງພະລັງງານທົດແທນ.
#

ເພື່ອກາຍເປັນສູນກາງພະລັງງານສີຂຽວໃນອາຊີພ້ອມກັບບັນລຸເປົ້າໝາຍການປ່ອຍອາຍພິດກາກບອນເປັນສູນ ແລະ ຕັ້ງເປົ້າໝາຍໃຫ້ກາຍເປັນອົງກອນທີ່ໜ້າເຊືອ ຖືທີ່ສຸດ ແລະ ສ້າງອະນາຄົດທີ່ຍືນຍົງສໍາລັບທຸກຄົນ.

#
#

ພັກດັນລາວກາຍເປັນສູນກາງພະລັງງານສີຂຽວໃນອາຊີ

#

ພັກດັນໃຫ້ລາວກາຍເປັນປະເທດສົ່ງອອກພະລັງງານທົດແທນລາຍໃຫຍ່ ແລະ ເປັນຕົ້ນແບບໃນການຫັນປ່ຽນເປັນພະລັງງານສີຂຽວ ແລະ ສະເໜີນະວັດຕະກຳພະລັງງານສີຂຽວໃຫ້ຍັນດາປະເທດໃນພາກພື້ນອາຊີ.

#

ເພື່ອບັນລຸເປົ້າໝາຍການປ່ອຍອາຍພິດຄາບອນເປັນສູນ

#

ພາລະກິດຂອງພວກເຮົາແມ່ນການຄິດຄົ້ນ ແລະສົ່ງມອບເທັກໂນໂລຍີພະລັງງານທົດແທນທີ່ທັນສະໄໝທີ່ຈະຊ່ວຍຫຼຸດຜ່ອນປະລິມານຄາບອນ ແລະ ສົ່ງເສີມໃຫ້ເກີດສະພາບແວດລ້ອມທີ່ສະອາດຫລາຍຂຶ້ນ.

#

ເພື່ອເປັນຄວາມເຊື່ອໝັ້ນທີ່ສຸດ ແລະຮັບປະກັນອະນາຄົດທີ່ຍືນຍົງສຳລັບທຸກຄົນ

ການສ້າງວຽກເຮັດງານທໍາໃນຂະແຫນງພະລັງງານທົດແທນການປະຢັດຄ່າໃຊ້ຈ່າຍໃນໄລຍະຍາວສໍາລັບຜູ້ບໍລິໂພກແລະ ທຸລະກິດປັບປຸງຄຸນນະພາບອາກາດ ແລະ ການຫຼຸດຜ່ອນບັນຫາສຸຂະພາບທີ່ກ່ຽວຂ້ອງກັບມົນລະພິດນໍ້າມັນເຊື້ອໄຟ

ນຳພາປະເທດລາວຫັນເປັນຜູ້ນຳດ້ານພະລັງງານສີຂຽວ ແລະ ການພັດທະນາແບບຍືນຍົງ

#
#

ພະລັງງານແສງຕາເວັນ

ພສຊ ມຸ່ງໝັ້ນທີ່ຈະພັດທະນາ, ກໍ່ສ້າງ ແລະ ດຳເນີນໂຄງການຜະລິດພະລັງງານແສງຕາເວັນເພື່ອສະໜອງພະລັງງານທີ່ສະອາດ ແລະ ທົດແທນໃຫ້ແກ່ຊຸມຊົນທ້ອງຖິ່ນ.

# #

Read More

#

ລົດໄຟຟ້າ

ນອກຈາກນີ້ ພສຊ ຍັງມີສ່ວນຮ່ວມໃນການຄຸ້ມຄອງການນຳເຂົ້າລົດໄຟຟ້າ, ການຈຳໜ່າຍລົດໄຟຟ້າ, ແລະ ຊຸກຍູ້ຂະບວນການຫັນປ່ຽນພະລັງງານໃໝ່ຢູ່ລາວພ້ອມກັບຊຸກຍູ້ການຮ່ວມມືສາກົນເພື່ອນຳເອົາເຕັກໂນໂລຊີທີ່ກ້າວໜ້າ ແລະ ປະສົບການມາພັດທະນາປະເທດ.

#

Read More

#

ສະຖານີ ແລະ ຈຸດສາກລົດໄຟຟ້າ

ບໍລິສັດ NGE ໄດ້ປະກາດແຜນການສ້າງສະຖານີ ແລະ ຈຸດສາກໄຟສຳລັບລົດໄຟຟ້າໃນທົ່ວປະເທດລາວ, ສ້າງໂຄງລ່າງພື້ນຖານດ້ານການສາກໄຟໃຫ້ສົມບູນສໍາລັບຕະຫຼາດຍານພາຫະນະໄຟຟ້າໃນອະນາຄົດ 5 ລ້ານຄັນ.

#

Read More