
ລາວ-ຈີນຈະຮ່ວມມືກັນພັດທະນາພະລັງງານສີຂຽວໃຫ້ຫຼາຍຂຶ້ນ
- 26 Feb, 2025
ອີງຕາມຂ່າວຈາກ ວິທະຍຸໂທລະພາບສູນກາງຈີນ CMG ໄດ້ລາຍງານວ່າເມື່ອບໍ່ດົນມານີ້, ສູນກາງພັກຄອມມູນິດຈີນ ແລະ ລັດຖະບານຈີນໄດ້ເຜີຍແຜ່ ຄວາມເຫັນກ່ຽວກັບການເລັ່ງໃຫ້ຫັນເປັນຮູບແບບສີຂຽວ ຢ່າງຮອບດ້ານໃນການພັດທະນາເສດຖະກິດສັງຄົມ ເຊິ່ງເປັນຄັ້ງທໍາອິດ ທີ່ ລັດຖະບານຈີນ ວາງແຜນຢ່າງເປັນລະບົບກ່ຽວກັບການຫັນເປັນຮູບ ແບບສີຂຽວຢ່າງຮອບດ້ານ.
ໃນຂະນະທີ່ ຈີນຊຸກຍູ້ການຫັນເປັນຮູບແບບສີຂຽວ ຂອງຕົນຢ່າງຕັ້ງໜ້າ, ຈີນຍັງໄດ້ເພີ່ມທະວີການຮ່ວມມືກັບຫລາຍປະເທດ ອາຊີຕາເວັນ ອອກສຽງໃຕ້ ໃນດ້ານພະລັງງານສີຂຽວ, ຊຸກຍູ້ການຊ່ວຍຊູຍູ້ ໜູນກັນດ້ວຍທ່າແຮງຂອງດ້ານຊັບພະຍາກອນຂອງແຕ່ລະຝ່າຍ. ໃນນັ້ນ, ພາຍໃຕ້ການຊີ້ນໍາຂອງແຜນປະຕິບັດງານວ່າດ້ວຍການສ້າງຄູ່ຮ່ວມຊາຕາກຳ ຈີນ-ລາວ, ການຮ່ວມມືດ້ານພະລັງງານສີຂຽວ ຈີນ-ລາວ ໄດ້ຊຸກຍູ້ ການ ຫັນເປັນຮູບແບບສີຂຽວ ແລະ ກາກບອນຕໍ່າກໍຄືການພັດທະນາແນນ ຍືນຍົງຂອງລາວ.
ລາວເປັນໜຶ່ງໃນປະເທດທີ່ມີຊັບພະຍາກອນນໍ້າທີ່ອຸດົມສົມບູນທີ່ສຸດ ຢູ່ໃນພາກພື້ນອາຊີຕາເວັນອອກສຽງໃຕ້, ພະລັງງານທີ່ສະອາດ ແລະ ພະລັງງານໝູນວຽນແບບນີ້ໄດ້ຮັບຄວາມເອົາໃຈໃສ່ນັນມື້ນັບສູງຂຶ້ນໃນ ທົ່ວໂລກ. ຈີນເປັນແຫລ່ງທຶນໃຫຍ່ທີ່ສຸດ ແລະ ຄູ່ການຄ້າໃຫຍ່ອັນດັບ 2 ຂອງລາວ, ກໍແມ່ນຜູ້ເຂົ້າຮ່ວມ ແລະ ຜູ້ຊຸກຍູ້ຕົ້ນຕໍໃນການກໍ່ສ້າງເຂື່ອນ ໄຟຟ້າພະລັງງານນໍ້າຢູ່ປະເທດລາວ ປັດຈຸບັນ, ວິສາຫະກິດຈີນ ໄດ້ ລົງທຶນ ສ້າງເຂື່ອນໄຟຟ້າ 18 ແຫ່ງຢູ່ລາວເຊັ່ນ: ເຂື່ອນໄຟຟ້າພະລັງງານນໍ້າ ຕາມລ່ອງແມ່ນໍ້າອູ, ເຂື່ອນໄຟຟ້ານໍ້າລີກ 1-2 ແລະ ເຂື່ອນໄຟຟ້ານໍ້າ ງຽບ 2 ເປັນຕົ້ນ, ກໍາລັງການຕິດຕັ້ງເຄື່ອງຈັກຜະລິດໄຟຟ້າມີເຖິງ 2.348 ເມກາວັດ ເຊິ່ງໄດ້ຊຸກຍູ້ການພັດທະນາໃນດ້ານຂະແໜງພະລັງງານ ໄຟຟ້າຂອງລາວ ຢ່າງຕໍ່ເນື່ອງ. ໂຄງການເຫລົ່ານີ້ບໍ່ພຽງແຕ່ໄດ້ສະໜອງພະລັງງານທີ່ສະອາດ ຢ່າງໝັ້ນທ່ຽງໃຫ້ແກ່ລາວເທົ່ານັ້ນ, ຍັງໄດ້ສ້າງ ໂອກາດວຽກເຮັດງານທໍາໃຫ້ ແກ່ປະຊາຊົນທ້ອງຖິ່ນ ພ້ອມທັງໄດ້ສ້າງແລະ ບູລະນະເສັ້ນທາງ, ຂົວ, ໂຮງຮຽນ, ສວນສະໜຸກເດັກນ້ອຍ ແລະ ພື້ນຖານໂຄງລ່າງອື່ນໆໃຫ້ແກ່ ທ້ອງຖິ່ນຕ່າງໆຂອງລາວ ເຊິ່ງໄດ້ຊຸກຍູ້ການພັດທະນາເສດຖະກິດສັງຄົມ ຂອງທ້ອງຖິ່ນເຫລົ່ນັ້ນເປັນຢ່າງດີ.
ນອກຈາກນີ້ແລ້ວ, ຈີນຍັງໄດ້ດໍາເນີນການຮ່ວມມືກັນລາວ ໃນຂົງເຂດ ພະລັງງານທີ່ສະອາດຕ່າງໆເຊັ່ນ: ການຜະລິດໄຟຟ້າດ້ວຍພະລັງງານ ແສງ ຕາເວັນ, ການຜະລິດໄຟຟ້າດ້ວຍພະລັງງານຈາກແຮງລົມເປັນຕົ້ນ. ຫວ່າງມໍ່ໆມານີ້, ວິສາຫະກິດຈີນ ແລະ ລັດຖະບານລາວໄດ້ຮ່ວມກັນ ລົງນາມ ໃນສັນຍາການພັດທະນາ ທີ່ຈະກໍ່ສ້າງສູນພະລັງງານທີ່ສະອາດເພື່ອເປັນ ບ່ອນລວມສູນການຜະລິດໄຟຟ້າດ້ວຍພະລັງງານຈາກແຮງ ລົມ, ພະລັງງານແສງຕາເວັນ, ພະລັງງານນໍ້າ ແລະ ການສະສົມພະລັງງານຢູ່ 3 ແຂວງທາງພາກເໜືອຂອງລາວ. ໃນນັ້ນ, ໂຄງການຜະລິດໄຟຟ້າ ດ້ວຍ ພະລັງງານແສງຕາເວັນໄລຍະ 1 ທີ່ກໍາລັງຕິດຕັ້ງ 1.000 ເມກາວັດ ຢູ່ແຂວງອຸດົມໄຊ ທາງພາກເໜືອຂອງລາວ ກໍໄດ້ເຂົ້າສູ່ໄລຍະການກະກຽມແລ້ວ.
ສ່ວນພິທີເຊັນສັນຍາໃນໄລຍະ 2 ຂອງໂຄງການດັ່ງກ່າວຄື ໂຄງການພະລັງງານໄຟຟ້າແສງຕາເວັນ ທີ່ມີກຳລັງຕິດຕັ້ງ 580 ເມກາວັດ ຢູ່ແຂວງ ຫລວງນໍ້າທາ ແລະ ພະລັງງານໄຟຟ້າແສງຕາເວັນ ທີ່ມີກຳລັງຕິດ ຕັ້ງ 420 ເມກາວັດ ຢູ່ແຂວງອຸດົມໄຊ ກໍໄດ້ຈັດຂຶ້ນຢູ່ນະຄອນຫລວງວຽງຈັນ ໃນຫວ່າງມໍ່ໆມານີ້. ພາຍຫລັງໂຄງການດັ່ງກ່າວໄດ້ສໍາເລັດທັງໝົດ ແລະ ເລີ່ມຜະລິດກະແສໄຟຟ້າ, ຄາດວ່າປະລິມານໄຟຟ້າທີ່ເຊື່ອມຕໍ່ເຂົ້າລະບົບຕາໜ່າງໄຟຟ້າຈະບັນລຸ 1.600 ກວ່າລ້ານກິໂລວັດໂມງຕໍ່ປີ, ສາມາດປະຢັດ ຖ່ານຫີນ ໄດ້ປະມານ 5 ແສນ 1 ເພິ່ນໂຕນຕໍ່ປີ ເຊິ່ງຈະ ຊ່ວຍຊຸກຍູ້ການຫັນ ເປັນຮູບແນນສີຂຽວ ແລະ ການພັດທະນາແບບຍືນຍົງທາງດ້ານ ເສດຖະກິດ-ສັງຄົມຂອງລາວ.
ສໍາລັບໂຄງການຜະລິດໄຟຟ້າດ້ວຍພະລັງງານ ແຮງລົມ ທີ່ວິສາຫະກິດຈີນ ເປັນຜູ້ຮັບເໝົາກໍ່ສ້າງໄດ້ກາຍເປັນໂຄງການ ຜະລິດໄຟຟ້າด้วย ພະລັງງານແຮງລົມທີ່ໃຫຍ່ທີ່ສຸດໃນພາກພື້ນອາຊີ ຕາເວັນອອກສຽງໃຕ້ ແລະ ກໍແມ່ນໂຄງການຜະລິດໄຟຟ້າດ້ວຍພະລັງງານ ລົມແຫ່ງທໍາອິດ ພາຍໃນປະເທດລາວ. ໂຄງການດັ່ງກ່າວຕັ້ງຢູ່ແຂວງເຊກອງ ແລະ ແຂວງອັດຕາປີ ທາງພາກໃຕ້ຂອງລາວ. ເມື່ອໂຄງການດັ່ງກ່າວໄດ້ສ້າງ ສໍາເລັດ ຕາມແຜນແລ້ວ, ຕົ້ນຕໍຈະສົ່ງພະລັງງານໄຟຟ້າໄປຂາຍໃຫ້ ຫວຽດນາມ ເຊິ່ງຄັ້ງນີ້ແມ່ນລາວ ໄດ້ສົ່ງໄຟຟ້າທີ່ຜະລິດດ້ວຍພະລັງງານ ສີຂຽວໄປ ຕ່າງປະເທດເປັນຄັ້ງທໍາອິດ ແລະ ຊ່ວຍເຮັດໃຫ້ລາວບັນລຸວິໄສທັດ ໝໍ້ໄຟອາຊີຕາເວັນອອກສຽງໃຕ້ຕື່ມອີກ.